ພາສາລາວໄດ້ບັນຈຸ ເຂົ້າໃນລະບົບ ກູເກຼິນ (Lao language in Google) ເປັນພາສາທີ່ 65
ບໍລິສັດ ກູເກຼິນ (Google) ແມ່ນຜູ້ໃຫ້ບໍລິການຊອກຫາຂໍ້ມູນ ແລະ ສະໜອງຂໍ້ມູນລະດັບໃຫຍ່ ໃນໂລກອິນເຕີເນັດ ທີ່ມີສະມາຊິກຜູ້ຊົມໃຊ້ຫລາຍຮ້ອຍລ້ານຄົນ. ນອກຈາກນັ້ນ ຍັງໃຫ້ບໍລິການ ລະບົບອີເມຣ ແລະ ລະບົບແຜນທີ່ແບບເອເລັກໂຕຼນິກຕາມພາບຖ່າຍຜ່ານດຽວທຽມ. ການບັນຈຸພາສາລາວເຂົ້າໃນລະບົບກູເກຼີນນັ້ນ ຈະເຮັດໃຫ້ມີການສ້າງຂໍ້ມູນຂ່າວສານທີ່ເປັນພາສາລາວຫລາຍຂື້ນ, ພ້ອມນັ້ນກໍ່ເຮັດໃຫ້ຄົນທີ່ນໍາໃຊ້ພາສາລາວ ບໍ່ວ່າຈະຢູ່ທີ່ໃດ ທີ່ມີການນໍາໃຊ້ອິນເຕີເນັດ ກໍ່ສາມາດສື່ສານພົວພັນກັນເປັນພາສາລາວໄດ້.
ຍ້ອນເຫັນຄວາມສໍາຄັນກ່າວນັ້ນ, ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ກໍໄດ້ປະສານງານກັບບໍລິສັດກູເກຼີນ ນັບຕັ້ງແຕ່ຕົ້ນປີ 2012 ເປັນຕົ້ນມາ ແລະ ໄດ້ມີການດໍາເນີນການຄົ້ນຄ້ວາ ແລະ ສື່ສານແລກປ່ຽນຂໍ້ມູນນໍາກັນເພື່ອຈຸດປະສົງດັ່ງນີ້:
- ບັນຈຸ ຟອນ ຕົວອັກສອນລາວ ເພັດຊະລາດ (Phetsarath OT) ທີ່ເປັນຕົວອັກສອນ (ຟອນ) ທາງການຂອງ ສປປ ລາວ ເຂົ້າໃນລະບົບ ຟອນຂອງອິນເຕີເນັດ (Web-Font) ແລະ ສ້າງແປັ້ນພິມພາສາລາວ ແບບບໍ່ມີແປ້ນຈິງ (Lao Virtual Keyboard) ໃນລະບົບກູເກຼີນ (Google), ເຊິ່ງເຮັດໃຫ້ຜູ້ຊົມໃຊ້ ອິນເຕີເນັດ ສາມາດອ່ານ ແລະ ພີມ ພາສາລາວໄດ້ ໂດຍບໍ່ຈໍາເປັນຕ້ອງຕິດຕັ້ງ ຟອນເພັດຊະລາດ ໃນເຄື່ອງຄອມພິວເຕີ ກໍ່ຄືບັນດາເຄື່ອງອຸປະກອນ ເອເລັກໂຕຼນິກ (ລວມທັງ ມືຖື) ຂອງຕົນ.
- ສ້າງລະບົບການແປພາສາ ອັງກິດ - ລາວ - ອັງກິດ ໃນລະບົບກູເກີຼນ, ເຊິ່ງຜູ້ຊົມໃຊ້ ສາມາດຊອກການແປພາສາອັງກິດມາເປັນພາສາລາວໄດ້ ໂດຍຜ່ານແວບໃຊ ຂອງລະບົບກູເກຼີນ. ໂດຍວິຊາການ ຂອງ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ສ້າງວັດຈະນານຸກົມ ອັງກິດ-ລາວ-ອັງກິດ, ໄດ້ແປຄຳສັບອັງກິດມາເປັນພາສາລາວໃນລະບົບໂປຼແກຼມການແປ 71,400 ແຖວ ແລະ ປະໂຫຍກຂອງພາສາອັງກິດມາເປັນພາສາລາວ ໃນລະບົບຖານຂໍ້ມູນ ຈຳນວນ 6000 ປະໂຫຍກ. ບໍລິສັດກູເກີຼນ ໄດ້ເປິດການນໍາໃຊ້ ລະບົບການແປພາສາລາວ ຜ່ານແວບໃຊ ກູເກຼີນ ໃນວັນທີ່ 13/9/2012, ເຮັດໃຫ້ພາສາລາວເປັນພາສາ ທີ່ 65 ທີ່ສາມາດແປພາສາໃນລະບົບຂອງກູເກຼີນໄດ້. ນີ້ແມ່ນຜົນສໍາເລັດເບື້ອງຕົ້ນເທົ່ານັ້ນ ເພາະວ່າ ໃນປະຈຸບັນການແປຍັງແມ່ນແບບຄໍາຕໍ່ຄໍາ ຫຼື ຖ້າເປັນປະໂຫຍກ ກໍແມ່ນເປັນປະໂຫຍກທີ່ສັ້ນໆ ແລະ ຂຽນຕາມຫລັກໄວຍະກອນແບບງ່າຍ, ເຊິງ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຍັງສຶບຕໍ່ປັບປຸງຮ່ວມກັບ ບໍລິສັດ ກູເກິຼນ ເພື່ອໃຫ້ພາສາລາວໃນລະບົບນີ້ ສົມບູນຂື້ນໄປເລື້ອຍໆ.
- ນອກຈາກນັ້ນ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຍັງຈະຮ່ວມມືກັບ ບໍລິສັດ Google ໃນການສ້າງແຜນທີ່ ສປປ ລາວ ເປັນແບບພາບ 3 ມິຕິ ທີ່ເຫັນພາບເຄື່ອນເໜັງຕາມທິວທັດຖະໜົນ (Street View) ແລະ ບັນຈຸເຂົ້າໃນລະບົບ ກູເກີຼນເອີດ (Google Earth), ເຊິ່ງ ກູເກິຼນ ໄດ້ຖ່າຍພາບໃນແຕ່ລະວັນ ຜ່ານທາງດາວທຽມ.
ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ມີຄວາມຍີນດີຮັບເອົາ ຄວາມຄິດເຫັນຕ່າງໆ ເພື່ອຈະໄດ້ມີການປັບປຸງ ໃຫ້ສົມບູນຂື້ນໄປເລື້ອຍໆ.