ພິທີເຊັນສັນຍາຮ່ວມມື ໃນການພັດທະນາພາສາລາວ ໃນລະບົບໄອຊີທີ ລະຫວ່າງ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ສປປ ລາວ ກັບ ບໍລິສັດ ຫວຽດເທວກຣຸບ

ຕາງໜ້າຝ່າຍ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ລົງນາມ ໂດຍ ທ່ານ ບຸນສະເຫຼີມໄຊ ເຄນນາວົງ, ຫົວໜ້າຫ້ອງການ
ແລະ ຕາງໜ້າບໍລິສັດຫວຽດເທວກຣຸບ ລົງນາມໂດຍ ທ່ານ TRAN THE CUONG, ອໍານວຍການບໍລິສັດ ICT ຫວຽດເທວ ພິທີດັ່ງກ່າວ
ໄດ້ຮັບກຽດເປັນປະທານໂດຍ ທ່ານ ທັນສະໄໝ ກົມມະສິດ, ລັດຖະມົນຕີຊ່ວຍວ່າການກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ
ພ້ອມນີ້ທ່ານຍັງໄດ້ໃຫ້ກຽດໂອ້ລົມ ຊຶ່ງທ່ານໄດ້ເນັ້ນໃຫ້ເຫັນເຖິງ ຄວາມຈໍາເປັນໃນການພັດທະນາ ພາສາລາວ ໃນລະບົບໄອຊີທີ ເພາະການບໍ່ສາມາດນໍາໃຊ້ພາສາລາວໃນລະບົບໄອຊີທີ ແບບເອກະພາບ ແລະ ຖາວອນ ແມ່ນເປັນສິ່ງກີດຂວາງໃນການພັດທະນາ ແລະ ຂະຫຍາຍໄອຊີທີໄປສູ່
ຊົນນະບົດ. ລັດຖະບານລາວ ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານດັ່ງກ່າວ ຈຶ່ງໄດ້ຖືເອົາເປັນບູລິມະສິດໜຶ່ງ. ສະນັ້ນການທີ່ ບໍລິສັດ ຫວຽດເທວ
ໄດ້ໃຫ້ການສະໜັບສະໜູນ ທາງດ້ານການເງິນ ກໍ່ຄື ບຸກຄະລາກອນ ເພື່ອດໍາເນີນການຄົ້ນຄວ້າ ແລະ ພັດທະນາ ອັກສອນລາວ ເຂົ້າໃນລະບົບມືຖື
ແລະ ຄອມພິວເຕີ ໃນຄັ້ງນີ້, ແມ່ນມີຄວາມໝາຍ ຄວາມສໍາຄັນຫລາຍ ຕໍ່ການຂະຫຍາຍຕົວລະບົບໄອຊີທີໃນປະເທດພວກເຮົາ. ອັນເປັນການປະ
ກອບສ່ວນ ອັນໃຫຍ່ຫລວງໃນການພັດທະນາເສດຖະກິດສັງຄົມ ແລະ ການຫັນເປັນອຸດສະຫະກໍາ ແລະ ທັນສະໄໝ ຕາມນະໂຍບາຍຂອງລັດຖະບານລາວ.